Peter Whittlesey: Stop Hijacking Lao Cultural Heritage; Give Sinxay Back to Lao People

Petition Closed

Peter Whittlesey: Stop Hijacking Lao Cultural Heritage; Give Sinxay Back to Lao People

This petition had 1,272 supporters
Sinakhone Keodara started this petition to Sinxay Publishing Peter Whittlesey


Sabaidee Pinong Lao,

My name is Sinakhone Keodara.  I am a filmmaker based out of Los Angeles, California in the United States.  I’ve dedicated my life and career to preserve, promote and transmit Lao cultural heritage and history to the next generation and all of my film projects have been focused toward that goal.  

Recently I discovered that Peter Whittlesey translated one of Lao’s most treasured literature, Sang Sinxay, into English. This Lao epic story has been translated in its entirety, thus giving English speakers, for the first time, the opportunity to read Lao’s infamous literary work. However, instead of giving credit solely to the Lao people, Whittlesey included the word “Thai” in a form of a hyphen, “Lao-Thai,” in the title, Sinxay: Renaissance of a Lao-Thai Epic Hero, for economic and promotional purposes. I asked why “Thai” was added to the title, when it is an indisputable fact that Sinxay is Lao, he gave the following answers in an email sent to me on March 7, 2016:

“In an ideal world where money wasn't an issue I would have loved to use just Lao. And if this were purely an academic book funded by grants and university money that would be a given. But that's not the case…. I would say overall we've spend close to $50,000 on Sinxay, including all the research and trips to Laos and Isan, and the editing and printing costs of the book.”

Whittlesey goes on to state that: “….we want to be as successful as we can in promoting Sinxay, yes! And if using Lao-Thai in the title can help more people take the time to check out Sinxay, then that's a choice we had to make.” 


In addition, he cites how beneficial it would be to include “Thai” in the title: "But why Lao-Thai? Because when people are searching online there's a much better chance that Sinxay will come up, than if there was just "Lao" in the title....Do you know how many Thai restaurants are owned by Lao? A lot. But why don't they substitute Lao instead of Thai in the name of their restaurant? Because they hope to be somewhat successful and that fact is that Lao just doesn't have the recognition that Thai does..." 

Furthermore, Whittlesey claims he is doing something out of the ordinary, and perhaps doing a big favor for the Lao people by placing “Lao” first in the hyphen, as “Lao-Thai” instead of “Thai-Lao.” He states: “…I placed Lao before Thai, which is not the norm when both names are used.”

Whittlesey traveled to Laos and “discovered” one of Lao’s brilliant literary work, Sinxay. He thus began to translate the epic poem into English about ten years ago. He is married to a Lao woman, Baythong, who helped him with the translations. Peter Whittlesey did not credit Pang Kham, the original Lao author, on the cover. Instead he lists himself and his wife as the authors of Sinxay. They did not write Sinxay, Pang Kham did. They are translators. Even though he may have pointed out that Pang Kham was the original author in the introduction, the main content was translated line by line from a Lao text, as stated by Peter in his introduction of the book. When people search Sinxay online or at libraries, they will see Peter’s and Baythong’s names as the authors of Sinxay not Pang Kham. Of course Peter and his wife deserve the recognition for their translations. They can still be listed on the cover, but as translators. 


What Whittlesey started might be a noble cause at first, to publicize an epic story to the rest of the world, but  to discredit or credit another culture simply for personal and economic gain is unacceptable, and an insult and a slap in the face to all Lao people worldwide.  He may have taken it upon himself to translate the work, but proper credit must be given. He alone, as an outsider to Lao culture, cannot have the power to decide that it is acceptable to insert “Thai,” and give them the credit, just because he believes that more people would buy the book or that more people would find it through Google search. Clearly the millions of Lao people worldwide, who cherished their literary culture for centuries, do not have a say.  

We thank Whittlesey for his efforts in bringing Sinxay into the international spotlight. If he really does love and care so much about Sinxay as he claims, he should respect its cultural origin.  Lao culture should not be bought and sold easily, as in this case with Whittlesey’s marketing strategy. As a Lao person who cares so dearly about his culture and heritage, please stand by me against this cultural hijacker. Please help protect Lao culture and literary work by:

1)     Signing this petition to send Peter Whittlesey a message that we want him to remove the word "Thai" and change the title to “Sang Sinxay: Renaissance of a Lao Epic Hero,” at, by clicking here:;

2)    Demanding that Pang Kham gets the "Written by" credit and Peter and Baythong get the "Translated by" credit on the front cover;    

3)     Boycotting this book by not purchasing it; and

4)     Emailing Whittlesey to let him know that this is an insult to Lao people worldwide:

Kop Chai and thank you for your support!


About Sang Sinxay:

Sang Sinxay (Lao: ສັງສິນໄຊ, also known as Sinxay or Sinsai), which was written by Lao poet Pang Kham, tells the story of the Lao folk hero Sinxay (ສິນໄຊ) who goes on a quest to rescue his aunt Soumountha (ສູມຸນທາ) who was abducted by the demon Nyak Koumphan (ຍັກກູມພັນ). The poem is believed to have been written sometime between the reigns of Chao Setthathirath and Chao Sourigna Vongsa, thus between the mid-16th and the end of the 17th century in the Lao kingdom of Lan Xang.  

Sang Sinxay is the "finest and best known" epic poem composed in this period and is considered one of the three masterpieces of Lao literature.  This period was considered to be a golden age of cultural development in Lan Xang, and the arts flourished in Vientiane, today’s Lao capital.

ຄໍາຂໍອ້ອນວອນເຖິງ ທ່ານ ປິເຕີ້ ວິດເຕິ້ລຊີ (Peter Whittlesey) ກ່ຽວກັບການພິມຈໍາໜ່າຍເລື່ອງສັງສິນໄຊທ່ານ ປິເຕີ້ ວິດເຕິ້ລຊີ (Peter Whittlesey): ຈົ່ງຢຸດປຸ້ນສະດົມມູນເຊື້ອວັທນະທັມລາວ; ຂໍໃຫ້ສົ່ງສິນໄຊ ຄືນໃຫ້ປະຊາຊົນລາວ 


ຂ້າພະເຈົ້າ ຊື່ວ່າ ສີນະຄອນ ແກ້ວດາຣາ. ຂ້າພະເຈົ້າເປັນນັກຖ່າຍຮູບເງົາເລື່ອງ (filmmaker) ຊຶ່ງຕັ້ງພູມລໍາເນົາຢູ່ເຂດນອກ ນະຄອນລອສແອັງເຈເລສ (Los Angeles) ລັດແຄລິຟໍເນຍ (California), ສະຫະລັດອະເມຣິກາ. ຕລອດເວລາທີ່ຜ່ານມາຂ້າພະເຈົ້າໄດ້ອຸທິດຊີວິຕແລະການງານຂອງຂ້າພະເຈົ້າ ເພື່ອປົກປັກຮັກສາ, ສົ່ງເສີມແລະຖ່າຍທອດມູນເຊື້ອດ້ານວັທນະທັມແລະປະວັຕສາຕລາວ ໃຫ້ແກ່ຄົນລຸ້ນຕໍ່ໄປ ແລະໂຄງການສ້າງຮູບເງົາເລື່ອງທຸກໆເລື່ອງຂອງຂ້າພະເຈົ້າ ກໍໄດ້ເລັງໃສ່ເປົ້າໝາຍດັ່ງກ່າວນີ້.

ເມື່ອບໍ່ນານມານີ້ ຂ້າພະເຈົ້າໄດ້ພົບວ່າ ທ່ານ ປິເຕີ້ ວິດເຕິ້ລຊີ (Peter Whittlesey)ໄດ້ແປເລື່ອງວັນນະຄະດີລາວ ເປັນພາສາອັງກິດ ຊຶ່ງຖືວ່າເປັນສົມບັດລໍ້າຄ່າທີ່ສຸດເລື່ອງນຶ່ງຂອງຄົນລາວ ນັ້ນຄື ເລື່ອງ ສັງສິນໄຊ.ເລື່ອງມະຫາກາບຄົນລາວຜູ້ເກັ່ງກ້າອາດຫານເລື່ອງນີ້ ໄດ້ຖືກແປໝົດທັງເລື່ອງ ສະນັ້ນ ຈິ່ງເຮັດໃຫ້ຄົນທີ່ປາກເວົ້າພາສາອັງກິດ ມີໂອກາດໄດ້ອ່ານເລື່ອງວັນນະຄະດີທີ່ເສຍຊື່ສຽງຄົນລາວ ເປັນຄັ້ງທໍາອິດ. ແນວໃດກໍຕາມ, ແທນທີ່ຈະໃຫ້ກຽຕຊື່ສຽງແກ່ປະຊາຊົນລາວພຽງຝ່າຍດຽວ Peter Whittlesey ຊໍ້າພັດເອົາຄໍາວ່າ “ໄທ” ລວມເຂົ້ານໍາໂດຍໃຊ້ເຄື່ອງໝາຍຕໍ່ຄໍາ (hyphen) ແລະກາຍເປັນຄໍາວ່າ “ລາວ-ໄທ” ຢູ່ໃນຊື່ເລື່ອງວ່າ ສິນໄຊ: ການຟື້ນຟູມູນເຊື້ອຄົນລາວ-ໄທ ຜູ້ເກັ່ງກ້າອາດຫານ ເພື່ອຈຸດປະສົງທາງດ້ານເສຖກິດແລະການໂຄສະນາສິນຄ້າ. ຂ້າພະເຈົ້າໄດ້ຖາມວ່າ ເພາະເຫຕໃດ ຈິ່ງເພີ່ມຄໍາວ່າ “ໄທ” ເຂົ້າໃນຊື່ເລື່ອງ ໃນເມື່ອວ່າມັນເປັນຂໍ້ມູນຄວາມຈິງທີ່ບໍ່ສາມາດໂຕ້ຖຽງໄດ້ວ່າ ສິນໄຊ ແມ່ນຄົນລາວ ຊຶ່ງຜູ້ກ່ຽວ (ຜູ້ແປ) ໄດ້ໃຫ້ຄໍາຕອບທາງອີເມລ ມາຫາຂ້າພະ ເຈົ້າ ເມື່ອວັນທີ 7 ມີນາ 2016 ວ່າ:

“ຖ້າແມ່ນວ່າ ຢູ່ໃນໂລກແຫ່ງອຸດົມຄະຕິ ຊຶ່ງເງິນບໍ່ແມ່ນປະເດັນທີ່ສໍາຄັນນັ້ນ ຂ້າພະເຈົ້າກໍຢາກໃຊ້ແຕ່ຄໍາວ່າລາວ ຢູ່ດອກ. ແລະ ຖ້າວ່າປຶ້ມນີ້ເປັນປຶ້ມວິຊາການກ່ຽວກັບການຮຽນການສອນ ແທ້ໆ ແລະໃຊ້ທຶນຈາກເງິນຊ່ວຍເຫຼືອລ້າ ຫຼື ເງິນຂອງມະຫາວິທະຍາໄລ ຈິ່ງຈະສາມາດແຈກຢາຍໄດ້. ແຕ່ໃນກໍຣະນີຂອງຂ້າພະເຈົ້າບໍ່ເປັນແນວນັ້ນ... ຂໍບອກໃຫ້ຊາບວ່າ ພວກຂ້າພະເຈົ້າໄດ້ຈ່າຍເງິນໄປທັງໝົດເກືອບ 50,000 ດອນລາໃນການແປເລື່ອງສິນໄຊ, ຊຶ່ງໃນນັ້ນລວມເຖິງຄ່າການຄົ້ນຄວ້າແລະເດີນທາງໄປປະເທດລາວ ແລະ ພາກອິສານ, ແລະຄ່າກວດແກ້ແລະຄ່າພິມປຶ້ມ ອີກດ້ວຍ.”

ທ່ານ Peter Whittlesey ເວົ້າຕໍ່ໄປວ່າ: “.... ພວກຂ້າພະເຈົ້າຢາກປະສົບຄວາມສໍາເລັດເທົ່າທີ່ຈະສາມາດເຮັດໄດ້ໃນການໂຄສະນາຂາຍເລື່ອງສິນໄຊ, ເລື່ອງນີ້ແມ່ນຍອມຮັບ! ສະນັ້ນ ຖ້າວ່າ ການໃຊ້ຄໍາວ່າ ລາວ-ໄທ ໃນຊື່ເລື່ອງນັ້ນ ສາມາດເຮັດໃຫ້ມີຫຼາຍໆຄົນຢາກໃຊ້ເວລາຫາອ່ານປຶ້ມເລື່ອງສິນໄຊ ນັ້ນກໍເປັນທາງເລືອກນຶ່ງທີ່ພວກຂ້າພະເຈົ້າຕ້ອງເຮັດ.” 

ນອກຈາກນັ້ນແລ້ວ, ຜູ້ແປຍັງໄດ້ກ່າວອ້າງເຖິງປະໂຫຍດໃນການລວມຄໍາວ່າ “ໄທ” ເຂົ້າໃສ່ຊື່ເລື່ອງສິນໄຊວ່າ: ເປັນຫຍັງຈິ່ງໃສ່ຄໍາວ່າ ລາວ-ໄທ? ເພາະວ່າເມື່ອຄົນທົ່ວໄປຄົ້ນຫາເລື່ອງນີ້ເທິງອິນເຕີເນັດທ໌ (online search) ຈະມີໂອກາດພົບເລື່ອງສິນໄຊ ປາກົຕຂຶ້ນມາໄວຫຼາຍກວ່າທີ່ມີພຽງຄໍາວ່າ “ລາວ” ໃນຫົວຂໍ້ຊື່ເລື່ອງ.

ຍິ່ງໄປກວ່ານັ້ນ, Peter Whittlesey ກ່າວອ້າງວ່າ ຜູ້ກ່ຽວເຮັດສິ່ງໃດສິ່ງນຶ່ງທີ່ເປັນເລື່ອງທໍາມະດາ ແລະບາງທີ ກໍອາດຈະເປັນການທໍາປະໂຫຍດທີ່ໃຫຍ່ໂຕອັນນຶ່ງ ໃຫ້ແກ່ປະຊາຊົນລາວ ໂດຍໃສ່ຄໍາວ່າ “ລາວ” ກ່ອນ ຢູ່ໃນເຄື່ອງໝາຍຕໍ່ຄໍາ, ກໍຄືໃສ່ວ່າ “ລາວ-ໄທ” ແທນທີ່ຈະໃສ່ວ່າ”ໄທ-ລາວ.”ຜູ້ກ່ຽວລະບຸວ່າ “...ຂ້າພະເຈົ້າ ໄດ້ເອົາຄໍາວ່າລາວ ໃສ່ກ່ອນຄໍາວ່າໄທ ຊຶ່ງມັນບໍ່ໄດ້ເປັນລະບຽບກົຕເກນ (ບັນທັດຖານ) ສໍາລັບເມື່ອເວລາໃຊ້ຄໍາເວົ້າທັງສອງຄໍານີ້.”

ທ່ານ Peter Whittlesey ເດີນທາງໄປທ່ຽວປະເທດລາວ ແລະໄດ້ “ຄົ້ນພົບ” ງານປະພັນວັນນະຄະດີລາວ ທີ່ເຫຼື້ອມສະງ່າແພວພາວເລື່ອງນຶ່ງ ຄືເລື່ອງ ສິນໄຊ. ສະນັ້ນ ລາວຈິ່ງເລີ່ມແປບົດກາບກອນເລື່ອງຄວາມເກ່ັງກ້າອາດຫານ ດັ່ງກ່າວເປັນພາສາອັງກິດ ໄດ້ປະມານ ສິບປີມາແລ້ວ. ຜູ້ກ່ຽວໄດ້  ແຕ່ງງານກັບແມ່ຍິງລາວຜູ້ນຶ່ງ ຊື່ວ່າໄບທອງ (Baythong) ຊຶ່ງເປັນຜູ້ຊ່ວຍລາວແປເລື່ອງສິນໄຊ. ທ່ານ Peter Whittlesey ບໍ່ໄດ້ໃຫ້ກຽຕລະບຸຊື່ ທ້າວປາງຄໍາ ຜູ້ຂຽນຄົນດັ້ງເດີມທີ່ເປັນຄົນລາວ ຢູ່ເທິງໜ້າປົກຂອງປຶ້ມເລີຍ. ກົງກັນຂ້າມ ຜູ້ກ່ຽວໄດ້ຂຽນຊື່ຂອງລາວເອງແລະເມຍຂອງລາວເປັນຜູ້ແຕ່ງເລື່ອງສິຍໄຊ. ຄວາມຈິງແລ້ວ ເຂົາເຈົ້າບໍ່ໄດ້ແຕ່ງປະພັນເລື່ອງສິນໄຊ ແຕ່ແມ່ນ ທ້າວປາງຄໍາ ເປັນຜູ້ແຕ່ງ. ເຂົາເປັນຜູ້ແປ. ແຕ່ເຖິງແນວໃດກໍຕາມ ຜູ້ກ່ຽວອາດຈະໄດ້ຊີ້ບອກຢູ່ບົດແນະນໍາເບື້ອງຕົ້ນ (introduction) ວ່າທ້າວປາງຄໍາ ເປັນຜູ້ແຕ່ງ ແຕ່ດັ້ງເດີມ; ສ່ວນວ່າເນື້ອໃນຫຼັກໆ ໄດ້ແປອອກແບບແຖວຕໍ່ແຖວ ດັ່ງທີ່ທ່ານ Peter ໄດ້ລະບຸຢູ່ໃນບົດແນະນໍານັ້ນເອງ. ເມື່ອຄົນທົ່ວໄປຄົ້ນຫາເລື່ອງສິນໄຊ ທາງອິນເຕີເນັດທ໌ ຫຼື ຕາມຫໍສມຸດ ເຂົາຈະເຫັນຊື່ຂອງ ປິເຕີ້ ແລະ ໃບທອງ ເປັນຜູ້ແຕ່ງເລື່ອງສິນໄຊ, ບໍ່ແມ່ນ ທ້າວປາງຄໍາ. ກໍເປັນທໍາມະດາແຫຼະ ທີ່ວ່າທ່ານ Peter ແລະເມັຽຂອງລາວ ສົມຄວາມຈະໄດ້ຮັບການຮັບຮູ້ ໃນການແປເລື່ອງດັ່ງກ່າວ, ເຂົາກໍສາມາດຂຽນຊື່ໃສ່ເທິງໜ້າປົກຂອງປຶ້ມໄດ້ ແຕ່ແມ່ນໃນຖານະເປັນຜູ້ແປ ເທົ່ານັ້ນ.

ສິ່ງທີ່ທ່ານ Peter Whittlesey ໄດ້ລົງມືທໍາໄປແລ້ວນັ້ນອາດຈະເປັນຈຸດປະສົງດີມີລີລະທັມອັນສູງ ໃນການພິມເຜີຍແຜ່ເລື່ອງຄວາມເກັ່ງກ້າອາດຫານ ໃຫ້ຊາວໂລກໄດ້ຮູ້ຈັກ, ແຕ່ວ່າ ການທໍາລາຍກຽຕຕິຍົດຊື່ສຽງ ຫຼື ໃຫ້ກຽຕແກ່ວັທນະທັມຂອງຜູ້ອື່ນ ພຽງເພື່ອການໄດ້ປະໂຫຍດສ່ວນບຸກຄົນແລະຜົນກໍາໄລດ້ານເສດຖະກິດ ນັ້ນ ເປັນສິ່ງທີ່ຮັບບໍ່ໄດ້, ທັງເປັນການດູມິ່ນ ແລະຕົບໜ້າຄົນລາວທັງໝົດຢູ່ໃນທົ່ວໂລກ. ລາວອາດສາມາດເອົາມັນຂຶ້ນມາແປເປັນ ຂອງຕົນເອງກໍໄດ້ ແຕ່ຕ້ອງມີການໃຫ້ກຽຕ ຫຼື ຄວາມຊົມເຊີຍກັນຢ່າງຖືກຕ້ອງ. ທ່ານ Peter Whittlesey ພຽງລໍາພັງຜູ້ດຽວ ໃນຖານະເປັນຄົນພາຍນອກຂອງວັທນະທັມລາວ ບໍ່ສາມາດຈະມີສິດອໍານາດທີ່ຈະຕັດສິນໃຈວ່າ ມັນເປັນສິ່ງທີ່ຍອມຮັບໄດ້ໃນການສອດແຊກຄໍາວ່າ “ໄທ” ເຂົ້າໃສ່, ພ້ອມທັງໃຫ້ກຽຕຊົມເຊີຍເຂົາ ພຽງເຫດຜົນທີ່ຄິດວ່າ ຫຼາຍໆຄົນຈະຊື້ປຶ້ມໄປອ່ານ ຫຼືວ່າ ຫຼາຍໆຄົນຈະສາມາດຄົ້ນຫາໄດ້ງ່າຍ ຜ່ານທາງກຸກໂກ້ (google search), ແລ້ວແນ່ນອນວ່າຄົນລາວຫຼາຍຄົນໃນທົ່ວໂລກນີ້ ທີ່ຖນອມຮັກວັທນະທັມດ້ານວັນນະຄະດີຂອງເຂົາມາເປັນເວລາຫຼາຍສະຕະວັດກໍຈະບໍ່ມີສິດທີ່ຈະເວົ້າຫຍັງໄດ້.

ພວກເຮົາຂໍຂອບໃຈ ທ່ານ Peter Whittlesey ຕໍ່ຄວາມມານະພະຍາຍາມຂອງຜູ້ກ່ຽວທີ່ນໍາເອົາເລື່ອງສິນໄຊ ອອກສູ່ສາຍຕາຂອງປະຊາຊົນໃນໂລກ. ຖ້າວ່າຜູ້ກ່ຽວມີຄວາມຮັກແລະຄວາມເອົາໃຈໃສ່ ກ່ຽວກັບເລື່ອງສິນໄຊ ຢ່າງຫຼວງຫຼາຍ ແທ້ ຄືທີ່ຜູ້ກ່ຽວກ່າວເອີ່ຍອ້າງມານັ້ນ ຜູ້ກ່ຽວກໍຄວນເຄົາລົບຕົ້ນກໍາເນີດທາງວັທນະທັມຂອງເລື່ອງສິນໄຊ. ວັທນະທັມລາວບໍ່ຄວນຈະຖືກຊື້ແລະຂາຍ ແບບງ່າຍໆຄືດັ່ງກໍລະນີຍຸທສາຕດ້ານການຕລາດຂອງທ່ານ Peter ນີ້. ໃນຖານະເປັນຄົນລາວຜູ້ນຶ່ງ ທີ່ຮັກແລະຫວງແຫນຢ່າງສຸດຊີວິດ ກ່ຽວກັບວັທນະທັມແລະມູນເຊື້ອຂອງຕົນ ທ່ານຈົ່ງມາຢືນຄຽງຂ້າງຂ້າພະເຈົ້າ ເພື່ອຕ້ານຢັນກັບໂຈນປຸ້ນວັທນະທັມຜູ້ນີ້. ຂໍໃຫ້ຊ່ວຍກັນປົກປ້ອງວັທນະທັມແລະເລື່ອງວັນນະຄະດີຂອງຄົນລາວ ດ້ວຍມາດຕະການດັ່ງນີ້:

1)  ເອົາຄຳວ່າ ໄທ ອອກຈາກຊື່ປື້ມ ໃຫ້ເປັນ ສິນໄຊ: ການຟື້ນຟູມູນເຊື້ອຄົນລາວ ຜູ້ເກັ່ງກ້າອາດຫານ ທີwebsite,, ໂດຍຄຼິກທີ່ຢູ່ຂອງເວັບໄຊທ໌ນີ້:;

2)  ບົງບອກເທິງໜ້າປົກຂອງປື້ມວ່າ ທ້າວປາງຄຳ ເປັນຄົນແຕ່ງເລື່ອງ ສັງສິນໄຊ ແລະ ບອກວ່າທ່ານ Peter Whittlesey ແລະເມັຽເປັນຜູ້ແປເທົ່ານັ້ນ.

3)  ຫ້າມການຕິດຕໍ່ພົວພັນເລື່ອງຄ້າຂາຍປຶ້ມຫົວນີ້ ໂດຍການບໍ່ຊື້ມັນມາອ່ານ; ແລະ

4)  ຂຽນອີເມລໄປຫາ ທ່ານ Peter Whittlesey ເພື່ອໃຫ້ລາວຮູ້ວ່າສິ່ງທີ່ລາວເຮັດນີ້ເປັນການດູມິ່ນຢຽດຫຍາມຄົນ ລາວຢູ່ໃນທົ່ວໂລກ, ແລ້ວສົ່ງຕາມທີ່ຢູ່ອີເມລນີ້: 


ກ່ຽວກັບເລື່ອງ ສັງສິນໄຊ:

ເລື່ອງສັງສິນໄຊ (Sang Sinxay), ໃນພາສາອັງກິດ ບາງທີກໍຂຽນເປັນ Sinxay ຫຼື Sinsai   ຊຶ່ງແຕ່ງໂດຍ ນັກກະວີເອກຂອງຄົນລາວ ຊື່ວ່າທ້າວປາງຄໍາ ນັ້ນ ເວົ້າເຖິງເລື່ອງວິຣະບຸຣຸດຄົນລາວ ຊື່ວ່າສິນໄຊ ຊຶ່ງໄປນໍາສືບຄົ້ນຫາແລະຊ່ວຍເອົາອາຂອງຕົນ ທີ່ມີຊື່ວ່າ ສຸມຸນທາ ທີ່ຖືກຜີມານຮ້າຍຊື່ວ່າ ຍັກກຸມພັນ ລັກຈັບຕົວໜີໄປ. ບົດກາບກອນເລື່ອງນີ້ ເຊື່ອກັນວ່າຖືກຂຽນອອກໃນສມັຍນຶ່ງລະຫວ່າງຣັດຊະສມັຍ ຂອງພຣະເຈົ້າເຊຕຖາທິຣາດ ແລະ ພຣະເຈົ້າສຸຣິຍະວົງສາມ ສນັ້ນ ຈິ່ງຕົກຢູ່ລະຫວ່າງກາງສະຕະວັດທີ 16 ແລະທ້າຍສະຕະ ວັດທີ 17 ໃນສມັຍຣາຊອານາຈັກລ້ານຊ້າງ.

ເລື່ອງ ສັງສິນໄຊ ເປັນບົດເລື່ອງກາບກອນ (ຕໍານານມະກາບ) “ທີ່ມີຄວາມລະອຽດປານີຕທີ່ສຸດ ແລະເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງ” ທີ່ຖືກແຕ່ງຂຶ້ນໃນສມັຍນີ້ ແລະ ຖືເປັນນຶ່ງໃນສາມເລື່ອງ ທີ່ເປັນວັນນະຄະດີຊິ້ນເອກຂອງປະເທດລາວ, ແລະສມັຍດັ່ງກ່າວນີ້ ກໍຖືວ່າເປັນຍຸກຄໍາຂອງຄວາມຈະເຕີບໂຕທາງດ້ານວັທນະທັມ ໃນອານາຈັກລ້ານຊ້າງ, ແລະສິລະປະຕ່າງໆກໍຮຸ່ງເຮືອງເຟື່ງຟູ ຢູ່ໃນເມືອງວຽງຈັນ ນະຄອນຫຼວງຂອງປະເທດລາວໃນປັຈຈຸບັນ.









Petition Closed

This petition had 1,272 supporters

Share this petition